Header_Banner
Wind Power
ນອກຈາກເຂື່ອນໄຟ
ຟ້ານ້ຳຕົກແລ້ວປະເທດ
ລາວຍັງມີພະລັງງານ ແສງຕາເວັນທີ່ຂະຫຍາຍ ລົງສູ່ຊົນນະບົດ,ເຊີ່ງແມ່ນ ບໍລິສັດຊັນລະບົບ...

 

 

 

 

 

 

 

 

 

 

 

 

 

 

ພິທີ​ເປີດ​ໂຄງການສະຖານີ ​ແລະ ສາຍ​ສົ່ງນາ​ໝໍ້ ຫາ ຊາຍ​ແດນ​ລາວ - ຈີນ ​ແຂວງ​ອຸດົມ​ໄຊ
​ໃນ​ວັນ​ທີ 11/1/2010.w

 

 

1

ແຈ້ງການ w

ລັດວິສາຫະກິດໄຟຟ້ ( EDL ) ໄດ້ຣວ່ມມືກັບກອງທືນການເງິນສາກົນ( IFC ) ໄດ້ສ້າງເອກະສານກ່ຽວກັບ ກອບນະໂຍບາຍ ແລະ ຫລັກການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະສັງຄົມໃນໂຄງການ REPII. ຫາກທ່ານໃດມີຄວາມສົນໃນກະລຸນາດາວໂລດເອກະສານດັ່ງກ່າວຈາກຂ້າງລຸ່ມໄດ້.Download

1

 

  ໂຄງການ​ຂະຫຍາຍ​ໄຟຟ້າ​ຊົນນະບົດ​ພາກ​​ໃຕ້ ​ ( REP ) (​ຕໍ່ຈາກ​ສະບັບ​ກ່ອນ)w

ໜ້າ​ວຽກສຳຄັນ​ຂອງ​ໂຄງການ​ REP ປະ​ກອບ​ດ້ວຍ ການ ກໍ່ສ້າງ​ຕາ​ຂ່າຍແຮງກາງ 22 kV ລວງຍາວ 1,404,640 ແມັດ, ກໍ່ສ້າງ​ຕາ​ຂ່າຍແຮງກາງ 12.7 kV ລວງຍາວ 42,454 ແມັດ, ກໍ່ສ້າງຕາຂ່າຍແຮງຕໍ່າ 0.4 kV ລວງຍາວ 1,063,677 ແມັດ, ການຕິດຕັ້ງໝໍ້ແປງ 545 ບ້ານ ແລະ ການຕິດຕັ້ງໄຟໃນເຮືອນຈຳນວນ 42,295 ຄອບຄົວ.

ການປະຕິບັດໂຄງການແຕ່ປີ 2006 ມາເຖິງທ້າຍປີ 2009 ເຫັນວ່າສຳເລັດໄປແລ້ວ ເກືອບທັງໝົດແລ້ວ ຍັງເຫຼືອແຕ່ວຽກກໍ່ສ້າງຕາຂ່າຍ 22 kV, 0.4 kV, ຕິດຕັ້ງໝໍ້ແປງ ຈຳ ນວນນ້ອຍໜຶ່ງ ຍ້ອນວ່າສະພາບເສັ້ນທາງເຂົ້າຫາສະຖານທີ່ກໍ່ສ້າງພົບ​ຄວາມຫຍຸ້ງຍາກ ຫຼື ຂ້າມຫ້ວຍຮ່ອງຕ່າງໆ ບາງແລວກໍ່ເປັນຫີນດານ ທີ່ເຮັດໃຫ້ການຕິດຕັ້ງເສົາໄຟຟ້າດຳເນີນໄປ ບໍ່ທັນຕາມຄາດໝາຍ, ສ່ວນການຕິດຕັ້ງໄຟໃນເຮືອນ ແລະ ຄວາມຄືບໜ້າຕ່າງໆ ແມ່ນຈະນຳມາສະເໜີໃນສະບັບໜ້າ.

 

1

ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​ຊົມ​ເຊີຍ​ຜົນສຳ​ເລັດ​ງານ​ມະຫາ​ກຳ​ກິລາຊີ​ເກ​ມ ຄັ້ງທີ 25 ທີ່​ລາວ​ເຮົາ​ເປັນ​ເຈົ້າພາບ​ຢ່າງ​ສຸດ​ໃຈ.w

 

ພາຍຫຼັງມະຫະ​ກຳ​ກິລາ​ຊີ​ເກ​ມ ຄັ້ງທີ 25 ທີ່ລາ​ວ​ເຮົາ​ເປັນ​ເຈົ້າພາບ​ໄດ້​ປິດ​ລົງ​ຢ່າງ​​ເປັນ​ທາງ​ການ ​ໃນ​ວັນ​ທີ 18 ທັນວາ 2009,  ​ເວົ້າ​ໄດ້​ວ່າ​ລາວ​ເຮົາ​ກໍ່​ແມ່ນ​ອີກ​ຊາດໜຶ່ງທີ່​ສາມາດ​ຈັດ​ງານ​​ໄດ້​ດີ ​ແລະ ຍິ່ງ​ໃຫ່ຍຄື​ກັບ​ຊາດ​ອື່ນໆ,  ມາ​ໃນ​ວັນ​ທີ 20 ທັນ​ວາ 2009 ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກອບ ​ເພື່ອ​ຊົມ​ເຊີຍ​ຜົນສຳ​ເລັດ​ທີ່​ ຟຟລ ​ໄດ້​ສາມາດ​ຮັບປະ ກັນໄຟຟ້າຮັບ​ໃຊ້​ ​ໃນ​ງານ​ມະຫະ​ກຳ​ຊີ​ເກ​ມຄັ້ງທີ 25 ​ໂດຍບໍ່ໃຫ້ມີ​ໄຟ​ຟ້າຕົກ​​​ ໄຟ​ມອດ​ໃນ​ໄລຍະ​ດັ່ງກ່າວ. ພິທີໄດ້​ຈັດ​ຂື້ນທີ່​ສະໜາມກອບ​ບູຢ່ອງ ຫຼັກ 18 ໃຫ້ກຽດ​ເຂົ້າຮ່ວມ​ໂດຍ ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານປະ​ເທດ​ແຫ່ງ ສປປລາວ ທ່ານ ສົມສະ​ຫວາດ ​ເລັງ​ສະຫວັດ ຮອງ​ນາຍ​ຍົກ​ລັດຖະມົນຕີ ຜູ້​ປະຈຳການ​ລັດຖະບານ ປະທານ​ຈັດ​ງານ​ມະຫະ​ກຳ​ກິລາ​ຊີ​ເກ​ມ ຄັ້ງທີ 25, ພ້ອມ​ບັນດາ​ທ່ານ​ລັດຖະມົນຕີ ​ແລະ ທ່ານ ທູດຕາ​ນຸທູດ​​ 10 ປະ​ເທດອາ​ຊ່ຽນ​ປະຈຳ​ລາວ.

.

      

​ການ​ແຂ່ງຂັນ​ໄດ້​ແບ່ງ​ເປັນ​ Flight VIP A B C ​ແລະ Flight ຜູ້ຍິງ ​ໃຫ້ກຽດ​ມອບ​ຂັນລາງ​ວັນ​ ​ໂດຍ ທ່ານ ສົມ​ສະຫວາດ ​ເລັງ​ສະ​ຫວັດ ​ໃນ​ນັ້ນ​ໄດ້​ມີ​ແຂກ​ທີ່​ຖືກ​ເຊີນເຂົ້າຮ່ວມ 200 ກົ່ວ​ທ່ານ ຜົນ​ຂອງ​ການ​ແຂ່ງຂັນ Flight VIP ອັນ​ດັບ1 ທ່ານ ຄຳ​ລວັດ ອັນ​ດັບ2 ທ່ານ ທອງ​ລຸນ ສີ​ສຸ​ລິດ ​ແລະ ອັນ​ດັບ3 ທ່ານ ຄຳ​ມະນີ ອິນ​ທີລາ​ດ,  Flight A ທ່ານ ທະວີ​ສຸກ ສີ​ສຸ​ລິດ Flight B ທ່ານ ມີ​ໄຊ ຈິດຕະລາດ Flight C ທ່ານ ບຸນ​ລັບ ​ເຄນ​ກິ​ຕິ​ສັກ Flight ຜູ້​ຍິງ ທ່ານ ນາງ ລັດດາ​ພອນ ວັນນະ​ກູນ.  

. ​

 
1

 

 
ລັດວິສາຫະກິດໄຟຟ້າລາວ (ຟຟລ)
ແມ່ນລັດວິສາຫະກິດຂອງລັດ 100%ທີ່ຂື້ນກັບ ກະຊວງພະລັງງານ ແລະ ບໍ່ແຮ່ເຊີ່ງມີໜ້າທີ່ໃນການຜະລິດກະແສ
ໄຟຟ້າເພື່ອຮັບໃຊ້ສັງຄົມ... ອ່ານເພີ່ມ
   
ຂ່າວພະຍາກອນອາກາດ

ທ່ານສາມາດອ່ານຂ່າວພະຍາກອນອາ
ກາດໃນທົ່ວມູມໂລກຈາກກົມອຸຕຸນິຍົມ
ວິທະຍາ, ສຳລັບ ສປປ ລາວ ສາມາດເບີ່ງໄດ້ທີ່ນີ້.

ອ່ານເພີ່ມ
   

ບັນດາທ່ານທີ່ຕ້ອງການຈ່ອງປີ້ຍົນທັງ
ພາຍໃນ ແລະ ຕ່າງປະເທດ, ກະລຸ
ນາຕິດຕໍ່ຈາກເວັບໄຊລຸ່ມນີ້:
ອ່ານເພີ່ມ
Vientiane Mai newspaper

ທ່ານທີ່ຕ້ອງການອ່ານຂ່າວຈາກ
ຫນັງສືພິມວຽງຈັນໃຫມ່ ສາມາດ
ອ່ານໄດ້ທີ່ນີ້...

ອ່ານເພີ່ມ
ຫນັງສືພິມປະຊາຊົນ ແມ່ນ ອົງການຈັດ
ຕັ້ງວິຊາການທີ່ຂື້ນກັບກະຊວງຖະແຫລງ
ຂ່າວ ແລະ ວັດທະນາທຳ
ອ່ານເພີ່ມ
ບັນດາທ່ານທີ່ສົນໃຈ ຊອກຫາຂໍ້ມູນ
ຂ່າວສານ, ນ້ຳເບີໂທລະສັບ, ທີ່ຢູ່ ຕ່າງໆ ຂອງບໍລິສັດ ຂອງລັດ ແລະ ເອກະຊົນ ສາມາດຊອກຫາໄດ້ ທີ່ເວັບໄຊຂອງສະໝຸດໜ້າຄຳ
ລາຍລະອຽດເພີ່ມເຕີມ
ໂຮງແຮມ, ຮ້ານອາຫານ ແລະ ການທ່ອງທ່ຽວໃນ ສປປ ລາວ ສາມາດ ເຂົ້າເບີ່ງໄດ້ຕາມລາຍລະອຽດລຸ່ມນີ້
ລາຍລະອຽດເພີ່ມເຕີມ
 
 
Untitled Document
 
 
Copyright © 2006-2009. Electricite du Laos. All rights reserved.

Webmaster & Designed by: IT Office