Header_Banner
 

ລັດວິສາຫະກິດໄຟຟ້າລາວ (ຟຟລ) ແມ່ນຫົວໜ່ວຍທຸລະກິດຂອງລັດ ທີ່ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິ ການ ແລະ ພັດທະນາພະລັງງານ ໄຟຟ້າຕາມແນວ ທາງຂອງພັກ ແລະ ກົດໝາຍຂອງລັດ-ກົນໄກຕະຫລາດ ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ ຜູ້ຊົມ ໃຊ້ໄຟຟ້າທັງພາຍໃນ ແລະ ຕ່າງປະເທດໃຫ້ພຽງພໍ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າການພັດທະນາເສດຖະກິດ-ສັງຄົມທີ່ພັກແລະລັດວາງ ອອກ - ສົ່ງກະແສໄຟຟ້າອອກນອກປະເທດເພື່ອສ້າງລາຍຮັບເປັນເງີນຕາໃຫ້ແກ່ປະເທດຊາດ.

ວິໄສທັດ

ເປັນວິສາຫະກິດທີ່ນຳໜ້າ ໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ​​ ດ້ວຍການຕອບສະໜອງພະລັງງານໄຟຟ້າ ຮັບປະກັນຕົ້ນທືນຢ່າງສົມເຫດສົມຜົນ ແລະ ເຮັດໃຫ້ ສປປ ລາວ ເປັນແຫລ່ງຜະລິດໄຟຟ້າລາຍໃຫຍ່ ຢູ່ໃນລະບົບໄຟຟ້າອາຊຽນ.

ຫນ້າທີ່

  • ຮັບປະກັນການສະໜອງໄຟຟ້າໃຫ້ພຽງພໍ, ທົ່ວເຖິງ, ທັງມີສ່ວນຮ່ວມເຫລືອ ເພື່ອຂາຍອອກທີ່ມີຄຸນນະພາບດີ ແລະ ສົມເຫດສົມ ຜົນ ເພື່ອສະໜັບສະໜູນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ;
  • ສົ່ງເສີມການພັດທະນາ ແລະ ທຳການຜະລິດໄຟຟ້າ ໂດຍຄຳນຶງ ເຖິງສະພາບແວດລ້ອມ ແລະ ສັງຄົມ ເປັນປັດໃຈສຳຄັນ;
  • ຕອບສະໜອງຕໍ່ນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສະເພາະ ນະໂຍບາຍການຫັນເປັນອຸດສາຫະກຳທັນສະໄໝ, ເປັນລັດວິສາຫະກິດແບບຢ່າງ, ມີປະສິດທິຜົນ ແລະ ມີກຳລັງຄວາມສາມາດດັດສົມພາກສ່ວນເສດຖະກິດອື່ນໆ .


ລັດວິສາຫະກິດໄຟຟ້າລາວ(ຟຟລ)ໄດ້ສ້າງຕັ້ງຂື້ນໃນປີ 1959 ແລະ ໃນໄລຍະນັ້ນ ຟຟລ ເປັນພຽງ ຫົວໜ່ວຍການຜະລິດນ້ອຍໆເພື່ອຮັບ ໃຊ້ຄ້າຍທະຫານຝລັ່ງແລະສ່ວນໜື່ງໃນ ໃຈກາງນະຄອນຫລວງ ວຽງຈັນເທົ່ານັ້ນ. ການເຕີບໃຫຍ່ຂະຫຍາຍຕົວຂອງ ຟຟລໄດ້ລິເລີ່ມໃນໄລຍະປີ 1966-1971 ເມື່ອ ໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ສຳເລັດການກໍ່ສ້າງ, ເຊີ່ງມີກຳລັງການຕິດຕັ້ງ 30MW ດ້ວຍມູນຄ່າ ການກໍ່ສ້າງທັງໝົດ 28 ລ້ານ ໂດລາ ສະຫະລັດ.
ພາຍໃຕ້ສັນຍາ ກອງທືນພັດທະນານ້ຳງື່ມຂອງທະນາຄານໂລກ (NamNgum Development Fund Agreement 1966), ພ້ອມກັນ ນັ້ນໄດ້ກູ້ຢືມເງີນຈາກ ສະຫະພັນເຍັຍລະ ມັນ 30 ລ້ານ DM ເພື່ອຊື້ເຄື່ອງຈັກໄຟຟ້າແລ່ນດ້ວຍນ້ຳມັນ ຊື່ງຕິດຕັ້ງຢູ່ສະຖານີ ໄຟຟ້າໂສກປ່າ ຫຼວງ ມີກຳລັງຕິດຕັ້ງ 10MW ແລະ ພ້ອມດ້ວຍການ ກໍ່ສ້າງລະ ບົບຕາຂ່າຍ ໄຟຟ້າ ຢູ່ບັນດາແຂວງຕ່າງໆເຊັ່ນ: ຫຼວງພະບາງ, ທ່າແຂກ, ສະຫວັນນະເຂດ, ປາກເຊ ແລະ ໄລຍະປີ 1973-1975 ມີການສ້ອມແປງໃຫຍ່ຕາຂ່າຍໃນນະຄອນຫຼວງ ວຽງຈັນ.

ຫຼັງຈາກທີ່ປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ພື້ນຖານໄຟຟ້າຍັງອ່ອນນ້ອຍ ບໍ່ທັນກວ້າງຂວາງ, ທົ່ວປະເທດມີກຳລັງ ຕິດຕັ້ງ ພຽງແຕ່ 42MW. ຢູ່ພາກກາງມີເຂື່ອນໄຟຟ້ານ້ຳງື່ມ 30MW ແລະ ໂຮງຈັກ ໄຟຟ້າແລ່ນດ້ວຍ ນ້ຳມັນ 10MW ສະໜອງໃຫ້ໄຟຟ້າ ໃນໃຈ ກາງນະຄອນຫຼວງວຽງຈັນ ແລະ ສ່ວນໜື່ງຂາຍ ໃຫ້ປະເທດໄທ. ຢູ່ເຂດພາກໃຕ້ມີເຂື່ອນໄຟຟ້າເຊລະບຳ ກຳລັງຕິດຕັ້ງ 2.04MW ສະ ໜອງໄຟຟ້າໃຫ້ຕົວເມືອງປາກເຊ ແລະ ຢູ່ພາກເໜືອແຂວງຫຼວງພະບາງ ມີເຂື່ອນໄຟຟ້ານ້ຳດົງ ກຳລັງຕິດຕັ້ງ 0.9MW. ໃນປີ 1975 ສາມາດຜະລິດກະແສໄຟຟ້າໄດ້ປະມານ 241 ລ້ານກິໂລວັດໂມງ ແລະ ມີຜູ້ຊົມໃຊ້ປະມານ 19,000 ຄອບຄົວເທົ່ານັ້ນ.     ໃນຊຸມປີ 1976-1979 ໄດ້ເພີ່ມກຳລັງການຜະລິດຂອງເຂື່ອນໄຟຟ້ານ້ຳງື່ມຂື້ນຕື່ມອີກ 30MW ເປັນ 110MW. ໃນທົ່ວປະເທດ ມີກຳລັງຕິດຕັ້ງ 122MW ສາມາດຜະລິດກະແສໄຟຟ້າໄດ້ເຖີງ 898 ລ້ານກິໂລວັດໂມງ. ໃນຊຸມປີ 1983-1990, ເພີ່ມກຳລັງຕິດຕັ້ງ ຂອງເຂື່ອນນ້ຳງື່ມ ຕື່ມອີກລວມເປັນ 150MW ເຮັດໃຫ້ທົ່ວປະເທດມີກຳລັງການ ຜະລິດໄຟຟ້າເຖີງ 162MW ສາມາດຜະລິດກະ ແສໄຟຟ້າໄດ້  900 ລ້ານກິໂລວັດໂມງຕໍ່ປີ . ແລະໃນປີ 1990 ທົ່ວປະເທດມີຜູ້ຊົມ ໃຊ້ໄຟຟ້າທັງໝົດ 47,372 ຄອບຄົວ.
1991-1999 ໄດ້ມີການກໍ່ສ້າງເຂື່ອນທີ່ສຳເລັດແລ້ວມີ: ເຂື່ອນເທີນ-ຫົນບູນ ສຳເລັດໃນປີ 1998, ກຳລັງຕິດຕັ້ງ 210MW ເຊີ່ງ ຟຟລ ຖືຫຸ້ນ 60%. ເຂື່ອນຫ້ວຍເຫາະ ສຳເລັດໃນປີ 1999, ກຳລັງຕິດຕັ້ງ 150MW, ຟຟລ ຖືຫຸ້ນ 20%. ໂຄງການຂະຫຍາຍເຂື່ອນ ເຊລະບຳ ຈາກ 2.04MW ເປັນ 5MW, ສຳເລັດໃນປີ 1994. ໂຄງການສາຍສົ່ງ 115 kV  ຈາກ ນ້ຳງື່ມ  ຫາ ຫລວງພະບາງ ສຳເັລດໃນປີ 1993. ໂຄງການຂະຫຍາຍໄຟຟ້າພາກໃຕ້ (SPRE) ສຳເັລດໃນປີ 1993 & PGI ສຳເລັດໃນປີ 1998.      ໃນຊຸມປີ 2000-2005, ໄດ້ມີຫລາຍໂຄງການທີ່ສຳເລັດການກໍ່ສ້າງເຊັ່ນ: ເຂື່ອນນ້ຳເລິກສຳເລັດປີ 2000, ກຳລັງຕິດຕັ້ງ 60MW. ໂຄງການສ້ອມແປງ ໃຫຍ່ເຂື່ອນນ້ຳງື່ມ ຈາກ 150MW ເປັນ 155MW ໂຄງການນີ້ສຳເລັດໃນປີ 2004. ເຂື່ອນນ້ຳມັງ 3 ສຳເລັດໃນປີ 2005 ກຳລັງການຕິດຕັ້ງ 40MW, ກຳລັງການຕິດ ຕັ້ງທັງໝົດ 317MW & ສາມາດພະລັງງານໄຟຟ້າໄດ້ 1,400 ລ້ານກິໂລວັດໂມງຕໍ່ປີ, ຜູ້ຊົມໃຊ້ໄຟຟ້າທັງໝົດງນຂອບເຂດທົ່ວປະເທດ 408,206 ຄອບຄົວ.
ແຜນພັດທະນາໄຟຟ້າຂອງ ຟຟລ ໃນຂອບເຂດທົ່ວປະເທດ ໃນປີ 2010 ໃຫ້ໄດ້ 70% ຂອງຈຳນວນຄົວເຮືອນ ໃນທົ່ວປະເທດ ແລະ 90% ໃນປີ 2020.
Untitled Document
 
 
Copyright © 2006-2009. Electricite du Laos. All rights reserved.

Webmaster & Designed by: IT Office