Header_Banner
   
 


ທີ່ຢູ່ : ຖະໜົນມິດຕະພາບ ລາວ - ໄທ
ນະຄອນຫລວງວຽງຈັນ, ສປປ ລາວ;
ໂທ: (856-21) 312791
ແຟ໋ກ: (856-21) 314236
ອີເມລ: edltc@laopdr.com

 
ໃນປີ 1990, ສູນໄດ້ເປີດການ ຝຶກອົບ ຮົມໄລຍະ ສັ້ນ. ເຊີ່ງລວມມີ 45 ວິຊາຮຽນ, ໃຊ້ເວລາ 2-5 ອາທິດ .ເປົ້າ ໝາຍຂອງການຝຶກອົບຮົມແມ່ນດ້ານການ ຜະລິດ, ຈຳໜ່າຍ ແລະ ການຄູ້ມຄອງ. ນອກນີ້ສູນຂອງພວກ ເຮົາຍັງໄດ້ຮັບການຊ່ວຍເຫຼືອຈາກ EDF, ADB ແລະ JICA,ອີກໃນການແນະນຳຄວາມຮູ້ ແລະ ປະສົບການໃໝ່ ເພື່ອເປັນການ ພັດທະນາ ຄວາມຮູ້ໃຫ້ແກ່ການກໍ່ສ້າງ ຊັບ ພະຍາກອນມະນຸດຂອງ ຟຟ


ວິຊາການຝຶກອົບຮົມ

ການຝຶກອົບຮົມຂອງພວກເຮົາແບ່ງອອກເປັນ 3 ວິຊາຄື :
(1) ການຄຸ້ມຄອງສະຖານີ
(2) ຂະແໜງຜະລິດ
(3) ພາກຈຳໜ່າຍ

ກ່ຽວກັບ ສູນຝຶກອົບຮົມ

ສູນຝຶກອົບຮົມໄດ້ສ້າງຕັ້ງຂື້ນໃນປີ 1965. ເຊີ່ງມີໜ້າທີ່ ແລະ ວິໄສທັດ ດັ່ງນີ້:

(1) ເພື່ອຍົກສູງຄວາມຮູ້ຄວາມສາມາດຂອງພະນັກງານ ຟຟລ ດ້ານການຜະລິດໃນເຂື່ອນ ແລະ ສະຖານີ.
(2) ເພື່ອໃຫ້ຄວາມຮູ້ພື້ນຖານໃນການກໍ່ສ້າງສະຖານີ ແລະ ສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕ່ຳ
(3) ໃຫ້ການຝຶກອົບຮົມແກ່ຜູ້ທີ່ຈະປະຈຳໜ້າທີ່ຢູ່ເຂື່ອນ ແລະ ສະຖານີ
(4) ໃຫ້ການຝຶກອົບຮົມແກ່ບໍລິສັດເອກະຊົນຕ່າງໆ.

ເພື່ອບັນລຸ ຕາມໜ້າທີ່ໆ ໄດ້ວາງໄວ້ ທາງສູນຂອງພວກເຮົາໄດ້ແບ່ງອອກເປັນ 3 ວິຊາດັ່ງນີ້:

(i)  ການຄູ້ມຄອງສະຖານີ

(ii) ຂະແໜງການຜະລິດ

(iii) ພາກຈຳໜ່າຍ


ສູນຝຶກອົບຮົມວິຊາຊີບ ຟຟລ ຕັ້ງຢູ່ບ້ານໂສກປ່າຫລວງ, ນະຄອນຫລວງວຽງຈັນ. ປະກອບດ້ວຍ 5 ຕຶກທີ່ໃຊ້ເຂົ້າໃນການຝຶກອົບຮົມ ແລະ ການສຳມະນາ. ນອກນີ້ສູນຍັງມີອຸປະກອນທົດສອບ ແລະ ການ. ຕິດຕັ້ງເພື່ອການປະຕິບັດຕົວຈິງເພື່ອໃຫ້ການຝຶກມີປະສິດທິພາບ.

1. ອຸປະກອນການທົດສອບເຮີແລປ້ອງກັນ                                                         

2. ເສົາໄຟຟ້າແຮງສູງເພື່ອຝຶກການຕິດຕັ້ງໃນການປະຕິບັດຕົວຈິງ   

3. ເຄື່ອງຈຳລອງການຕິດຕັ້ງເທີບາຍ      

4. ເຄື່ອງຈຳລອງການຕິດຕັ້ງການຜະລິດກະແສໄຟຟ້າ ແລະ ລະບົບ ສາຍສົ່ງ

ປະຫວັດຄວາມເປັນມາຂອງສູນຝຶກອົບຮົມ

    1965 – 67 ຫລັກສູດການຝຶກອົບຮົມຖືກປະຕິບັດຢູ່ສະຖານີສີສະເກດ
    1967 – 76 ສູນຝຶກໄດ້ສ້າງຕັ້ງຂື້ນຢູ່ ສະຖານີ ໂສກປ່າຫລວງ
    1976 – 82 ສູນຝຶກໄດ້ຂື້ນກັບ ກະຊວງອຸດສາຫະກຳ ແລະ ຫັດຖະກຳ ໃນເມື່ອກ່ອນ
    1982 – 90 ສູນຝຶກໄດ້ຂື້ນກັບ ລັດວິສາຫະກິດໄຟຟ້າລາວ ຈົນຮອດປະຈຸບັນ
        ໄລຍະການຝຶກອົບຮົມໃຊ້ເວລາ 2 ປີ.
    1990 – 93 ການຝຶກອົບຮົມ 2-3 ອາທິດໄດ້ແນະນຳການຝຶກອົບຮົມກ່ຽວກັບພາກຈຳໜ່າຍ
    2000 – 09 ການຝຶກອົບຮົມ 2-5 ອາທິດໄດ້ແນະນຳການຝຶກອົບຮົມກ່ຽວກັບການຜະລິດ
    2006 – 09 ອົງການໄຈກາ (JICA) ໄດ້ແນະນຳການຝຶກອົບຮົມເດື່ອງ
ມາດຖານ

ການຝຶກອົບຮົມການຕິດຕັ້ງສາຍສົ່ງແຮງສູງ
ການຝຶກອົບຮົມລະບົບການຄວບຄຸມ
Untitled Document
 
 
Copyright © 2006-2009. Electricite du Laos. All rights reserved.

Webmaster & Designed by: IT Office